fbpx

ການຕໍ່ສາຍແລນ

ການເຂົ້າແລນ ແມ່ນການເອົາສາຍແລນທີ່ຍັງບໍ່ພ້ອມໃຊ້ງານມານີບເຂົ້າກັບຫົວ RJ-45 ເພື່ອໃຫ້ສາມາດເອົາໄປເຊື່ອມຕໍ່ເຂົ້າກັບອຸປະກອນຕ່າງໆໄດ້ ເຊິ່ງຈະມີມາດຕະຖານຂອງການເຊື່ອມຕໍ່ລະຫວ່າງອຸປະກອນແຕ່ລະປະເພດເຂົ້າຫາກັນຄວນໃຊ້ແບບໃດ ແລະການຕໍ່ສາຍຈະມີວິທີຈຳແນກຈາກການລຽງສາຍທັງ 2 ສົ້ນຈັດເປັນ 2 ລັກສະນະເຊັ່ນ: ຫົວ A ແລະ B ທັງສອງຈະສະລັບສີກັນດັ່ງຮູບຕໍ່ໄປນີ້:

ສາຍແລນທີ່ສາມາດເຊື່ອມຕໍ່ກັບອຸປະກອນຕ່າງໆໄດ້ ແບ່ງອອກເປັນ 2 ແບບ

  1. ສາຍແບບກົງ (STRAIGHT THROUGH) ແມ່ນເຮົາເຂົ້າຫົວທັງສອງສົ້ນຂອງສາຍຄືກັນທັງສອງສົ້ນສາຍແບບນີ້ຈະໃຊ້ຕໍ່ກັບອຸປະກອນທີ່ຕ່າງກັນເຊັ່ນ:
    • ຄອມພິວເຕີ ກັບ ສະວິດ
    • ສະວິດ ກັບ ຣາວເຕີ
    • ສະວິດ ກັບ ແອັກແຊັດພອຍ
      * ປະຈຸບັນອຸປະກອນເນັດເວີກທີ່ອອກໃໝ່ສ່ວນຫຼາຍເຮັດໃຫ້ມີລະບົບ ອັດຕະໂນມັດແລ້ວ ເຮົາສາມາດ ໃຊ້ສາຍແບບໃດກໍສາມາດເຊື່ອມໄດ້ເລີຍ
  2. ສາຍແບບໄຂ້ວ (CROSSOVER CABLES) ແມ່ນເຮົາເຂົ້າຫົວສົ້ນໜື່ງເປັນ A ແລະ ອີກສົ້ນໜື່ງເປັນ B. ສາຍແບບນີ້ຈະໃຊ້ຕໍ່ກັບອຸປະກອນທີ່ຄືກັນເຊັ່ນ:
    • ຄອມພິວເຕີ ກັບ ຄອມພິວເຕີ
    • ສະວິດ ກັບ ສະວິດ
    • ຣາວເຕີ້ ກັບ ຣາວເຕີ້
      * ປະຈຸບັນອຸປະກອນເນັດເວີກທີ່ອອກໃໝ່ສ່ວນຫຼາຍເຮັດໃຫ້ມີລະບົບ ອັດຕະໂນມັດແລ້ວ ເຮົາສາດມາດ ໃຊ້ສາຍແບບໃດກໍສາມາດເຊື່ອມໄດ້ເລີຍ

 

ຂັ້ນຕອນການເຂົ້າຫົວ (RJ-45 Male)

ອຸປະກອນທີ່ຕ້ອງກະກຽມກ່ອນເຂົ້າຫົວແລນມີດັ່ງນີ້: