Network ແມ່ນຫຍັງ ?
ແມ່ນການເຊື່ອມຕໍ່ຄອມພິວເຕີຈຳນວນ 2 ເຄື່ອງຂື້ນໄປເຂົ້າຫາກັນໂດຍມີການແຊຊັບພະຍາກອນຮວ່ມກັນເຊັ່ນ: ຟາຍຂໍ້ມູນ ອິເຕີເນັດ ໂປຼແກຼມຕ່າງໆ ຫຼື ອຸປະກອນພວງອື່ນໆ ກໍສາມາໃຊ້ຮ່ວມກັນໄດ້
ອົງປະກອບພື້ນຖານຂອງລະບົບເຄືອຂ່າຍຄອມພິວເຕີມີດັ່ງນີ້:
- ຄອມພິວເຕີຢ່າງນ້ອຍຈຳນວນ 2 ເຄື່ອງ
- NIC (Network Interface Card)
- ສື່ກາງ ແລະ ອຸປະກອນຮັບສົ່ງຂໍ້ມູນ
- Protocol
- ລະບົບປະຕິບັດການເຄືອຂ່າຍ
ຂະໜາດຂອງລະບົບເຄືອຂ່າຍ
- LAN : Local Area Network
- ແມ່ນການເຊື່ອມຕໍ່ກັນສະເພາະພື້ນທີ່ໃກ້ກັນ ພາຍໃນຕຶກ ອາຄານດຽວກັນຈັດເປັນປະເພດເຄືອຂ່າຍຂະໜາດນ້ອຍ
- MAN : Metropolitan Area Network
- ເປັນການເອົາເຄືອຂ່າຍແລນຈຳນວນ 2 ຫຼື ຫຼາຍກວ່າເຄືອຂ່າຍມາເຊື່ອມຕໍ່ເຂົ້າຫາກັນລະຫວ່າງຕືກ ອາຄານ ເພື່ອໃຫ້ເປັນເນັດເວີກດຽວກັນ
- WAN : Wide Area Network
- ແມ່ນລະບົບເຄືອຂ່າຍທີ່ມີຂະໜາດໃຫຍ່ທີ່ສຸດ ເປັນການນຳເນັດເວີກ LAN ແລະ MAN ມາຫຼາຍໆມາເຊື່ອມຕໍ້ເຂົ້າກັນຜ່ານດາວທຽມຫຼືອິນເຕີເນັດ
ໂຄງສ້າງຂອງລະບົບເຄືອຂ່າຍ (Network Topologies)
- BUS
- RING
- STAR
ລັກສະນະການເຮັດວຽກຂອງລະບົບເຄືອຂ່າຍ
- ແບບ Peer to Peer
- ເປັນລະບົບເຄືອຂ່າຍຂະໜາດນ້ອຍເຊິງໂດຍທົ່ວໄປຈະມີເຄື່ອງຄອມພິວເຕີບໍ່ເກີນ 10 ຫາ 15 ເຄື່ອງໃນລະບົບ ຫຼື ສາມາດເອີ້ນລະບົບແບບນີ້ວ່າ Work Group ໃນລະບົບຈະບໍ່ມີການຈັດລຳດັບຄວາມສຳຄັນ ໝາຍຄວາມວ່າທຸກເຄື່ອງໃນລະບົບເຄືອຂ່າຍມີສິດເທົ່າທຽມກັນບໍ່ມີເຄື່ອງໃດເຄື່ອງໜື່ງເປັນເຄືອງບໍ່ລິຫານຈັດການ.
- ຂໍ້ດີ: ງ່າຍຕໍ່ການຕິດຕັ້ງ, ທຸກເຄື່ອງມີສິດເທົ່າທຽມກັນ, ລາຄາຖືກ.
- ຂໍ້ເສຍ: ບໍ່ມີຄວາມປອດໄພ, ຖ້າຈຳນວນຜູ້ໃຊ້ເພີ່ມຂື້ນຈະບໍ່ສາມາດບໍລິຫານໄດ້.
- ເປັນລະບົບເຄືອຂ່າຍຂະໜາດນ້ອຍເຊິງໂດຍທົ່ວໄປຈະມີເຄື່ອງຄອມພິວເຕີບໍ່ເກີນ 10 ຫາ 15 ເຄື່ອງໃນລະບົບ ຫຼື ສາມາດເອີ້ນລະບົບແບບນີ້ວ່າ Work Group ໃນລະບົບຈະບໍ່ມີການຈັດລຳດັບຄວາມສຳຄັນ ໝາຍຄວາມວ່າທຸກເຄື່ອງໃນລະບົບເຄືອຂ່າຍມີສິດເທົ່າທຽມກັນບໍ່ມີເຄື່ອງໃດເຄື່ອງໜື່ງເປັນເຄືອງບໍ່ລິຫານຈັດການ.
- ແບບ Server-Base (Infrastructure)
- ເປັນລະບົບເຄືອຂ່າຍແບບ Server-Based ຫຼື ເອີ້ນອີກຢ່າງໜື່ງວ່າລະບົບເຄືອຂ່າຍແບບ Domain ເປັນລະບົບເຄືອຂ່າຍຂະໜາດໃຫຍ່ສາມາດມີເຄື່ອງລຸກຂ່າຍໄດ້ເປັນຈຳນວນມະຫາສານໄດ້ ແລະ ຈະມີລະບົບການຮັກສາຄວາມປອດໄພສູງເນື່ອງຈາກມີເຄື່ອງທີ່ເປັນສູນການໃນການບໍລິຫານ ແລະ ກຳໜົດສິດໃນການໃຊ້ງານຂອງແຕ່ລະຄົນໄດ້ໃນລະບົບເຄືອຂ່າຍສາມາດມີເຄື່ອງ Server ໄດ້ຫຼາຍກວ່າ 1 ເຄື່ອງເພື່ອບໍ່ລິການທີ່ແຕກຕ່າງກັນໄປເຊັ່ນ: File Server, Mail Server, Application Server, Directory Server…..
- ຂໍ້ດີ: ມີລະບົບຮັກສາຄວາມປອດໄພ, ໃຊ້ກັບໜ່ວຍງານຂະໃຫຍ່ໄດ້, ສາມາດບໍລິຫານເປັນສຸນກາງ.
- ຂໍ້ເສຍ: ມີຄວາມຊັບຊ້ອນໃນການຕິດຕັ້ງ, ລາຄາແພງ.
- ເປັນລະບົບເຄືອຂ່າຍແບບ Server-Based ຫຼື ເອີ້ນອີກຢ່າງໜື່ງວ່າລະບົບເຄືອຂ່າຍແບບ Domain ເປັນລະບົບເຄືອຂ່າຍຂະໜາດໃຫຍ່ສາມາດມີເຄື່ອງລຸກຂ່າຍໄດ້ເປັນຈຳນວນມະຫາສານໄດ້ ແລະ ຈະມີລະບົບການຮັກສາຄວາມປອດໄພສູງເນື່ອງຈາກມີເຄື່ອງທີ່ເປັນສູນການໃນການບໍລິຫານ ແລະ ກຳໜົດສິດໃນການໃຊ້ງານຂອງແຕ່ລະຄົນໄດ້ໃນລະບົບເຄືອຂ່າຍສາມາດມີເຄື່ອງ Server ໄດ້ຫຼາຍກວ່າ 1 ເຄື່ອງເພື່ອບໍ່ລິການທີ່ແຕກຕ່າງກັນໄປເຊັ່ນ: File Server, Mail Server, Application Server, Directory Server…..
ເຄືອຂ່າຍອິນເຕີເນັດ
-
- ເປັນລະບົບເນັດເວີກທີ່ມີຂະໜາດໃຫຍ່ເຊື່ອມຕໍ່ເອົາເຄືອຂ່າຍ LAN ແລະ MAN ຫຼາຍໆວົງເຂົ້າຫາກັນເປັນຈຳນວນຫຼາຍໂດຍອາໃສຊ່ອງການເຊື່ອມຕໍ່ຜ່ານທາງຜູ້ໃຫ້ບໍລິການອິນເຕີເນັດເປັນສືກາງໃນການແລກປ່ຽນຂໍ້ມູນ ມີການປະຫຍຸກໃຊ້ງານຫຼາຍຮູບແບບເຊັ່ນ: ການສົ່ງອີເມລ, ການໂອນຍ້າຍຂໍ້ມູນລະຫວາງກັນ, ການຄົ້ນຫາຂໍ້ມູນສານ, ການບໍລິການອື່ນໆ.
- ISP (Internet Service Provider) ເປັນສື່ກາງສຳລັບການເຊື່ອມຕໍ່ທີ່ສຳຄັນຂອງລະບົບເຄື່ອງຂ່າຍຄອມພິວເຕີພາຍໃນ ແລະ ເປັນປະຕູສຳລັບອອກສູ່ລະບົບເຄືອຂ່າຍຕ່າງປະເທດ ເພື່ອເຂົ້າເຖິ່ງຂໍ້ມູນຂ່າວສານທົ່ວໂລກໄດ້.
TCP/IP
- ເປັນພາສາສຳລັບການສື່ສານລະຫວາງອຸປະກອນເນັດເວີກ ແລະ ເປັນທີ່ນິຍົມໃຊ້ຫຼາຍ ເນື່ອງຈາກເປັນໂປຼໂຕຄອນ ທີ່່ສາມາດຮອງຮັບໄດ້ຫຼາຍມາດຕະຖານ ທັງລະບົບປະຕິບັັດການ ຫຼື ເຄືອຂ່າຍແບບໃດກໍໍ່ໄດ້ ນອກຈາກນີ້ຍັງເປັນໂປຼໂຕຄອນທີ່ຮັບປະກັນການສ່ົງຂໍ້ມູນເພື່ອບໍ່ໃຫ້ມີການສູນຫາຍໃນລະຫວາງທາງ ເຖິງແມ່ນວ່າບາງເທື່ອເສັ້ນທາງການສົ່ງຂໍ້ມູນມີການເສຍຫາຍມັນກໍ່ຈະປັບໄປໃຊ້ເສັ້ນທາງອື່ນໂດຍອັດຕະໂນມັດ ເພື່ອສົ່ງຂໍ້ມູນໄປຍັງປາຍທາງໄດ້ຢ່າງແນນອນ.
- ການທຳງານຂອງ TCP/IP ຈະແບ່ງຂໍ້ມູນອອກເປັນຊີ້ນສ່ວນໜ້ອຍໆທີ່ເອີ້ນວ່າແພັກເກັດແລ້ວສົ່ງອອກໄປຕາມເສັ້ນທາງຕ່າງໆທີ່ເໝາະສົມ ເມື່ອເຖິ່ງປາຍທາງແລ້ວກໍ່ຈະມີການລວມແພັກເກັດເລົ່ານີ້ໃຫ້ກັບມາເປັນຂໍ້ມູນຄືເກົ່າ.
ແບ່ງການເຮັດວຽກອອກເປັນ 2 ສ່ວນຫຼັກໆຄື: TCP ແລະ IP
- TCP: ຈະມີໜ້າທີ່ກວດສອບຂໍ້ມູນທີ່ຮັບສົ່ງລະຫວາງຄອມພິວເຕີຕົ້ນທາງກັບປາຍທາງ ຫາກຂໍ້ມູນມີການຂັດຂ້ອງຫຼືເສຍຫາຍລະຫວາງທາງ tcp ຈະເອີ້ນຂໍ້ມູນຈາກເຄື່ອງຕົ້ນທາງໃຫ້ສົ່ງຂໍ້ມູນໃໝ່ ເພື່ອໃຫ້ເຄື່ອງປາຍທາງສາມາດຮັບຂໍ້ມູນໄດ້ຖືກຕ້ອງ.
- IP: ເຮັດໜ້າທີ່ກວດສອບເສັ້ນທາງທີ່ໃຊ້ໃນການຮັບສົ່ງຂໍ້ມູນໃນເຄືອຂ່າຍ ແລະ ກວດສອບກວດສອບທີ່ຢູ່ຂອງເຄື່ອງປາຍທາງ.