ສື່ກາງໃນການເຊື່ອມຕໍ້ເນັດເວີກ (Media)
ແມ່ນການນຳເອົາສິງທີ່ຢູ່ອ້ອມຂ້າງທີ່ສາມາດເປັນຕົວນຳສັນຍານມາປະຍຸກໃຊ້ງານເພື່ອໃຫ້ສາມາດສົ່ງຂໍ້ມູນສຽງ, ຮູບພາບ,ວິດີໂອ ແລະ ສືການຮຽນການສອນຕ່າງໆ ເຊິ່ງຕົວນຳສົ່ງສັນຍານເຫຼົານັ້ນມີຄຸນສົມບັດໃນການຂົນສົ່ງສັນຍານທີ່ແຕກຕ່າງກັນໄປ ສາມາດແບ່ງອອກເປັນ 2 ປະເພດຫຼັກໆຄື້: ໃຊ້ສາຍ (Wire) ແລະ ໄຮ້ສາຍ (wireless).
-
ແບບໄຮ້ສາຍ wireless
- ການສືສານແບບໄຮ້ສາຍຈະເປັນການແກ້ບັນຫາຂອງການເດີນສາຍທີ່ມີໄລຍະທາງທີ່ຫຍຸ້ງຍາກ ສະພາບແວດລອມບໍ່ອຳນວຍຫຼາຍຢ່າງສະນັ້ນການສື່ສານແບບໄຮ້ສາຍ (Wireless transmission) ຈິ່ງເປັນທາງເລືອກທີ່ສຳຄັນ ໂດຍການສື່ສານແບບນີ້ຈະເປັນການສົ່ງສັນຍານຜ່ານອາກາດໂດຍໃຊ້ຄື້ນຄວາມຖີທີ່ແຕກຕ່າງກັນ.

ສາຍທີ່ໃຊ້ໃນການເຊື່ອມຕໍ່
- ສາຍໂທລະສັບ: ໃຊ້ເຊື່ອມຕໍ່ຈາກຜູ້ໃຫ້ບໍລິການອິນເຕີເນັດເຂົ້າກັບໂມເດັມ(ໃຊ້ຫົວ RJ-11)
- ສາຍແລນ: ໃຊ້ເຊື່ອມຕໍ່ກັບເຄືອຂ່າຍພາຍໃນ (ໃຊ້ຫົວ RJ-45)
- ສາຍເຄເບີນ: ໃຊ້ກັບກ້ອງວົງຈອນປິດໃນປະຈຸບັນ (ໃຊ້ຫົວ RG-6)
- ສາຍໃຍແກ້ວ: ໃຊ້ເຊື່ອມກັບເຄືອຂ່າຍທີ່ມີໄລຍະທາງໄກ ແລະ ລະບົບທີ່ຕ້ອງການຄວາມໄວສູງ
- ສາຍແລນ (UTP Cable)ສາຍ UTP ຫຼື ສາຍ LAN ແມ່ນສາຍທີ່ນິຍົມໃຊ້ຫຼາຍໃນລະບົບເຄືອຂ່າຍຄອມພິວເຕີພາຍໃນ ເນື່ອງຈາກວ່າອຸປະກອນທີ່ສະໜັບໜູນການໃຊ້ງານມີຫຼາຍ ໃຊ້ງານງ່າຍ ລາຄາບໍ່ແພງ ສາຍແລນມີອັດຕາການສົ່ງຂໍ້ມູນທີ່ມີຄວາມໄວແຕກຕ່າງກັນອອກໄປຕາມລຸ້ນຂອງສາຍດັ່ງນີ້
- Cat5e: ມີ Bandwidth ສູງສຸດ 350MHz ມີມາດຕະຖານຢູ່ທີ່ 100MHz ແລະ ຄວາມໄວໃນການສົ່ງສັນຍານ 100-1000mbps ຫຼື ເອີ້ນວ່າ Gigabit. ປະຈຸບັນຖືວ່າເປັນສາຍທີ່ຍັງມີໃຊ້ຢູ່ແຕ່ກໍ່ລ່າສະໄໝແລ້ວ ແຕ່ຍັງສາມາດເອົາມາປະຫຍຸກໃຊ້ກັບກ້ອງວົງຈອນທີ່ເປັນລຸ້ນໃຊ້ສາຍ Coaxial (RG6)
- Cat6: ມີ Bandwidth ສູງສຸດ 550MHz ມີມາດຕະຖານຢູ່ທີ່ 250MHz ແລະ ຄວາມໄວໃນການສົ່ງສັນຍານ 1000mbps(1Gbps) ຫຼື ເອີ້ນວ່າ Full Gigabit.
- Cat6A ສາມາດຮອງຄວາມໄວໃນການສົ່ງເຖິ່ງ 10,000mbps(10Gbps) ມີມາດຕະຖານຂອງ Bandwidth 500MHz-650MHz ຈິ່ງເຮົໃຫ້ສາມາດມີອັດຕາສົ່ງຮອດ 10gbps
- Cat5e: ມີ Bandwidth ສູງສຸດ 350MHz ມີມາດຕະຖານຢູ່ທີ່ 100MHz ແລະ ຄວາມໄວໃນການສົ່ງສັນຍານ 100-1000mbps ຫຼື ເອີ້ນວ່າ Gigabit. ປະຈຸບັນຖືວ່າເປັນສາຍທີ່ຍັງມີໃຊ້ຢູ່ແຕ່ກໍ່ລ່າສະໄໝແລ້ວ ແຕ່ຍັງສາມາດເອົາມາປະຫຍຸກໃຊ້ກັບກ້ອງວົງຈອນທີ່ເປັນລຸ້ນໃຊ້ສາຍ Coaxial (RG6)
- ສາຍໃຍແກ້ວນຳແສງ (Fiber Optic Cable)
- ແມ່ນສາຍນຳສັນຍານຂໍ້ມູນຊະນິດໜື່ງທີ່ສາມາດເດີນສາຍໄລໄກໄດ້ຫຼາຍກິໂລແມັດ ແລະ ຮອງຮັບຄວາມໄວສູງ(Bandwidth) ໂດຍມີການສູນເສຍຄ່າສັນຍານນ້ອຍທີ່ສຸດຖ້າສົມທຽບກັບສາຍນຳສັນຍານແບບອື່ນໆ ເຮັດໃຫ້ສາຍ Fiber Optical ມີຄວາມນິຍົມກັນໃຊ້ຫຼາຍໃນການເດີນລະບົບໃຫຍ່ໆ ຫຼື ວຽກງານລະບົບທີ່ຕ້ອງການຄວາມສະຖຽນສູງ
- F O Connector