ອຸປະກອນ Access Point (AP)
ເປັນອຸປະກອນອີກໂຕໜື່ງທີ່ຕ້ອງມີໃນລະບົບເຄືອຂ່າຍທີ່ຂາດບໍ່ໄດ້ໃນປະຈຸບັນເຊິ່ງມັນຈະເປັນໂຕກະຈາຍສັນຍານໃຫ້ກັບອຸປະກອນຕ່າງໆເຊັ່ນ: ໂທລະສັບມືຖື, ໂນດບຸກ, ອຸປະກອນອື່ນໆທີ່ສາມາດເຊື່ອມຕໍ່ດ້ວນສັນຍານແບບໄຮ້ສາຍໄດ້ ທີ່ນິຍົມໃຊ້ກັນໃນປະຈຸບັນຈະມີ 3 ແບບຄື:
- Access Point (AP)
- Wireless Router
- Wireless Modem Router
ໜ້າທີ່ຂອງ Access Point
ເຮັດໜ້າທີ່ກະຈາຍສັນຍານອອກໄປໃຫ້ເຄື່ອງລູກທີ່ຢູ່ໃນລັດສະໝີຂອງສັນຍານອອມຮອບ Access point ໃຫ້ເຊື່ອມຕໍ່ເຂົ້າກັບເຄືອຂ່າຍ LAN ໄດ້ແບບໄຮ້ສາຍ ແລະ ໂຕອຸປະກອນເອງຈະມີຊ່ອງສຽບສາຍແລນພຽງຮູດຽວເທົ່ານັ້ນ ການທຳງານຈະຢູ່ພາຍໃຕ້ມາດຕະຖານຂອງ IEEE802.11 ເຮັດໃຫ້ອຸປະກອນຕ່າ່ງໆທີ່ມີມາດຕະຖານນີ້ສາມາດໃຊ້ງານ AP ໄດ້ຢ່າງເຕັມປະສິດທິພາບ.
ປະໂຫຍດຂອງ Access Point
ມີຄວາມສະດວກສະບາຍ ປະຫຍັດລາຄາໃນການເດີນສາຍໄປຄອມແຕ່ລະເຄື່ອງ ແລະ ປະຫຍັດເວລາໃນການຕິດຕັ້ງ