fbpx

ອຸປະກອນ Point to Point

ເປັນອຸປະກອນສຳລັບການເຊື່ອມຕໍ່ແບບໄຮ້ສາຍພາຍນອກຕຶກອາຄານ ແບບຈຸດຕໍ່ຈຸດ(point to point) ເພື່ອຂະຫຍາຍເຄືອຂ່າຍໃຫ້ຜູ້ທີ່ໃຊ້ງານທີ່ຢູ່ໄກອອກໄປ ເຊັ່ນ: ລະຫວາງສາຂາ, ລະຫວາງອາຄານ ເປັນຕົ້ນ ເຊິ່ງອຸປະກອນຈະມີໂຕສົ່ງສັນຍານ ແລະ ໂຕຮັບສັນຍານ.

ອຸປະກອນ Repeater

ເປັນອຸປະກອນເພີ່ມຄວາມແຮງຂອງສັນຍານເພື່ອໃຫ້ສາມາດສົ່ງ ແລະ ຮັບໃນໄລຍະໄກ່ອອກໄປ ໂດຍບໍ່ມີການສູນເສຍຄຸນະພາບຂອງສັນຍານ Repeater ເປັນອຸປະກອນທີ່ຮັບສັນຍານ ແລະ ສົ່ງສັນຍານໃໝ່ ທັງແບບໃຊ້ສາຍ ແລະ ແບບໄຮ້ສາຍ.

 

Network Interface Cards

ແມ່ນອຸປະກອນສຳລັບເຊື່ອມຕໍ່ກັບສັນຍານໃນແບບຕ່າງໆເພື່ອຮັບສົ່ງຂໍ້ມູນຜ່ານລະບົບເຄືອຂ່າຍໄດ້ ເຊິ່ງປະຈຸບັນຈະນິຍົມການໃຊ້ງານແບບຫົວ RJ-45 ຫຼື ຫົວແລນ ແລະ ສ່ວນໃຫຍ່ຈະມາກັບເຄື່ອງຄອມພິວເຕີເລິຍ ຖ້າບາງລຸ້ນບໍ່ມີເຮົາສາມາດ ເສີມໄດ້ ເຊິ່ງມີຈະອຸປະກອນສະເພາະໃນຫານແປງສັນຍານເຊັ່ນ: ຕໍ່ USB ໃຫ້ເປັນພ໋ອດ LAN, ຕໍ່ USB ເປັນໂຕຮັບສັນຍານ wireless