fbpx

ອຸປະກອນ Router ແມນຫຍັງ

Router ແມ່ນອຸປະກອນລະບົບເຄືອຂ່າຍຊະນິດໜື່ງທີ່ໃຊ້ສຳລັບເຊື່ອມຕໍ່ລະບົບເຄືອຂ່າຍ ແລະ ເປັນຕົວກຳໜົດເສັ້ນທາງໂດຍມີຊ໊ອບແວຄວບຄຸມການທຳງານຂອງມັນເອີ້ນວ່າ: “Internetwork Operating System (IOS)” ໂດຍຕົວອຸປະກອນຈະມີ Port ທີ່ໃຊ້ໃນການເຊື່ອມຕໍ່ເຂົ້າກັບລະບົບເຄືອຂ່າຍ ເອີ້ນວ່າ Port LAN ແລະ Port WAN ເຊິ່ງແຕ່ລະລຸ້ນຈະມີບໍ່ເທົ່າກັນແລ້ວແຕ່ເຮົາຈະນຳໄປໃຊ້ວຽກຕາມຄວາມເໝາະສົມເຊັ່ນ: CPU, RAM, Port, Power Supply ເປັນຕົ້ນ ເພື່ອໃຫ້ລະບົບມີປະສິດທິພາບ

ອຸປະກອນ Router ມີໜ້າທີ່ຫຍັງ

ໜ້າທີ່ຫຼັກຂອງອຸປະກອນ Router ແມ່ນການຫາເສັ້ນທາງສົ່ງຜ່ານຂໍ້ມູນໂດຍເປັນຕົວກາງສຳລັບໃຊ້ສົ່ງຕໍ່ຂໍ້ມູນຈາກລະບົບເຄືອຂ່າຍຕົ້ນທາງໄປຫາລະບົບເຄືອຂ່າຍປາຍທາງໂດຍສາມາດທີ່ຈະເຊື່ອມໂຍງເສັ້ນທາງສັນຍານທີ່ແຕກຕ່າງກັນໄດ້ ໂດຍແຕ່ລະເຄືອຂ່າຍຈະມີລະບົບ Packet ທີ່ແຕກຕ່າງກັນ Router ຈະເຮັດວຽກຢູ່ລະດັບ Layer 3(Network) ເປັນຕົ້ນໄປເຊັ່ນ: ເມື່ອມີການສົ່ງຂໍ້ມູນແພັກເກັດໃນລະດັບ Layer 2(Data Link) ເມື່ອ Router ໄດ້ຮັບຂໍ້ມູນຈະມີການກວດສອບວ່າມີ Protocol ແບບໃດແລ້ວຈະທຳການກວດສອບຫາເສັ້ນທາງ Routing Table ກ່ອນແລ້ວຈິງສົ່ງຂໍ້ມູນໄປເຄືອຂ່າຍປາຍທາງ

ປະເພດຂອງ Router

  1. Router: ເປັນອຸປະກອນທີ່ບໍ່ສາມາດເຊື່ອມກັບອິນເຕີເນັດໂດຍກົງ ຈຳເປັນຕ້ອງມີອຸປະກອນອື່ນມາຊ່ວຍໃນການເຊື່ອມຕໍ່ ແຕ່ອຸປະກອນປະເພດນີ້ຈະເຮັດວຽກຢ່າງດເຕັມປະສິດທິພາບ ແລະ ບໍຄ່ອຍມີຂໍ້ບົກຜ່ອງ

  1. Modem Router/ADSL Modem : ອຸປະກອນປະເພດນີ້ແມ່ນເປັນການເອົາທັງສອງຢ່າງມາລວມເຂົ້າກັນ ເພື່ອໃຫ້ສາມາດເຊື່ອມຕໍ່ອິນເຕີເນັດໄດ້ເອງ (ສາຍໂທລະສັບ) ແລະ ສ່ວນໃຫຍ່ຈະມີ Port LAN ມານຳ 4 ພ໋ອດ

  1. Wireless ADSL Modem Router :ເປັນອຸປະກອນທີ່ຄ້າຍຄືກັນກັບ Modem Router ແຕ່ສາມາດປອຍສັນຍານ Wireless ໃຫ້ກັບເຄື່ອງຮັບສັນຍານສາມາດເຊື່ອມຕໍ່ແບບໄຮ້ສາຍໄດ້ເຊິ່ງເປັນທີ່ນິຍົມເປັນຈຳນວນຫຼາຍໃນການໃຊ້ງານທົ່ວໄປ.

  1. Wireless Router :ເປັນອຸປະກອນທີ່ບໍ່ສາມາດເຊື່ອມຕໍ່ອິນເຕີເນັດໄດ້ເອງ ແຕ່ສາມາດແຈກສັນຍານ Wi-fi ໄດ້ ແລະ ແຈກສັນຍານຜ່ານ Port LAN ທີ່ມານຳ ນອກຈາກນີ້ຍັງສາມາດເຮັດເປັນ Access Point ໄດ້ນຳອີກ.