Switch ແມ່ນອຸປະກອນຫຍັງ
ເປັນອຸປະກອນລະບົບເຄືອຂ່າຍອີກອັນໜື່ງທີ່ໃຊ້ສຳລັບເຊື່ອມຕໍ່ກຸ່ມຄອມພິວເຕີ ຫຼື ອຸປະກອນໃນລະບົບເຄືອຂ່າຍເຂົ້າກັນເພື່ອໃຫ້ເຄືອຂ່າຍມີຂະໜາດກວ້າງອອກໄປ ໂດຍທົ່ວໄປແລ້ວສະວິດຈະເຮັດວຽກຢູ່ໃນລະດັບ Layer 2
ການເຮັດວຽກຂອງ Switch
ເຮັດໜ້າທີ່ເຊື່ອມຕໍ່ເຄື່ອງຄອມພິວເຕີ, ກຸ່ມຄອມພິວເຕີ, ອຸປະກອນຕ່າງໆໃນລະບົບເຄື່ອງຂ່າຍ ແລະ ສົ່ງຕໍ່ຂໍ້ມູນທີ່ໄດ້ຮັບຈາກອຸປະກອນຕ່າງໆນັ້ນໄປຍັງປາຍທາງ ຖືວ່າສະວິດເປັນອີກອຸປະກອນໜື່ງທີ່ສຳຄັນໃນລະບົບເຄືອຂ່າຍໂດຍສາມາດເຮັດວຽກດ້ວຍການສົ່ງຂໍ້ມູນຜ່ານຈາກເຄື່ອງຄອມພິວເຕີ A,B,C,D ເຊັ່ນ: ຄອມເຄື່ອງ A ສົ່ງຫາເຄື່ອງ B ໃນຂະນະທີ່ເຄື່ອງ B ກໍ່ສົ່ງໄປຫາເຄື່ອງ C ແລະ D ພ້ອມໆກັນ.
ປະເພດ Switch
- Unmanaged Switch: ແມ່ນສະວິດທີ່ບໍ່ສາມາດຕັ້ງຄ່າໃດໆໄດ້ເລີຍປະເພດນີ້ຈະເຫັນໃຊ້ງານທົ່ວໄປສາມາດໃຊ້ງານໄດ້ທັນທີ ບໍ່ຈຳເປັນຕ້ອງໄດ້ຕັ້ງຄາຫຍັງ ເຮັດໜ້າທີ່ສົ່ງຜ່ານຂໍ້ມູນຢ່າງດຽວ.
- Managed Switch: ແມ່ນສະວິດທີ່ສາມາດຕັ້ງຄ່າໄດ້ປະເພດນີ້ແມ່ນສາມາດຕັ້ງຄ່າຕ່າງໆໄດ້ເຊັ່ນ: ການສ້າງກຸ່ມຂອງເນັດເວີກຂື້ນໂດຍອີງໃສ່ Port ຂອງ Switch, ການກຳໜົດຄວາມປອດໄພໃຫ້ກັບ Port, ການເຮັດໃຫ້ສະວິດເຮັດເປັນ Router (Switch L3), ການປ້ອງກັນການວົນລູບຂອງຂໍ້ມູນ ແລະ ກຳໜົດການເຂົ້າເຖິ່ງຂອງຜູ້ໃຊ້ງານໄດ້.