fbpx

ເຄືອຂ່າຍໄຮ້ສາຍ Wireless Network

by | Oct 20, 2020 | ບົດຄວາມລະບົບເຄືອຂ່າຍຄອມພິວເຕີ | 0 comments

ເຄືອຂ່າຍໄຮ້ສາຍ Wireless Network

ລະບົບເຄືອຂ່າຍໄຮ້ສາຍ ແມ່ນລະບົບການສື່ສານຂໍ້ມູນທີ່ມີຮູບແບບໃນການສື່ສານແບບບໍ່ໃຊ້ສາຍ ໂດຍໃຊ້ການສົ່ງຄື້ນວິທະຍຸ ໃນການຮັບ ແລະ ສົ່ງຂໍ້ມູນລະຫວ່າງຄອມພິວເຕີແຕ ລະເຄື່ອງຜ່ານອາກາດ ທະລຸກຳແພງ ເພດານຫຼືສິ່ງກໍ່ສ້າງອື່ນໆ ໂດຍບໍ່ມີການເດີນສາຍ ນອກຈາກນັ້ນລະບົບເຄືອຂ່າຍໄຮ້ສາຍຍັງມີຄູນສົມບັດຄວບຄຸມທຸກຢ່າງໄດ້ຄືກັນກັບລະ ບົບ LAN ແບບໃຊ້ສາຍ ທີ່ສຳຄັນແມ່ນການເຄື່ອນຍ້າຍອຸປະກອນການໃຊ້ງານສະດວກ ບໍ່ຕ້ອງໃຊ້ເວລາ ແລະ ລົງທຶນຫຼາຍໃນການປັບປ່ຽນ

ປະໂຫຍດຂອງລະບົບເຄືອຂ່າຍໄຮ້ສາຍ

  1. ມີຄວາມຄ່ອງຕົວສູງເມື່ອເຮົາຢູ່ໄລຍະຂອງການສົ່ງຂໍ້ມູນ (Mobility improves productivity & service)
  2. ສາມາດຕິດຕັ້ງໄດ້ງ່າຍ ແລະ ວ່ອງໄວ ເພາະບໍ່ຕ້ອງເສຍເວລາໃນການຕິດຕັ້ງສາຍ (installation speed and simplicity)
  3. ສາມາດຂະຫຍາຍລະບົບເຄືອຂ່າຍໄດ້ງ່າຍ ເພາະພຽງແຕ່ມີກາດ WIFI ຕໍ່ເຂົ້າກັບຄອມພິວເຕີ (ໂນດບຸກມີຢູ່ແລ້ວ) (Flexibility)
  4. ປະຫຍັດຄ່າໃຊ້ຈ່າຍໂດຍລວມ ເຊິ່ງການລົງທຶນຂະຫຍາລະບົບແບບໃຊ້ສາຍແມ່ນມີລາຄາສູງ(Reduced cost of ownership)

ໂຄງສ້າງຂອງ wireless Network

ສັນຍານ Wi-fi

ສັນຍານ 2.4 GHz

  • ຂໍ້ດີຂອງສັນຍານ 2.4 GHz ແມ່ນສັນຍານໄປໄດ້ໄກ
  • ຂໍ້ເສຍຂອງ 2.4 GHz ມີຈຳກັດເລື່ອງຊ່ອງສັນຍານ ແລະ ສັນຍານຕຳກັນ ການນຳໄປໃຊ້ງານແມ່ນເໝາະສົມສຳລັບການເຫຼັ່ນ Social Media ທີ່ບໍ່ໄດ້ໃຊ້ປະລິມານອິນເຕີເນັດຫຼາຍເຊັ່ນ: Facebook, Instagram ຫຼື ເວັບໄຊທ໌ຕ່າງໆ ບັນຫາທີ່ພົບໃນສັນຍານ 2.4 GHz ແມ່ນສັນມີສັນຍານລົບກວນຫຼາຍ.

ສັນຍານ 5 GHz

  • ຂໍ້ດີຂອງສັນຍານ 5 GHz ໄດ້ຄວາມໄວສູງຂື້ນ ບໍ່ມີສັນຍານລົບກວນຜູ້ໃຊ້
  • ຂໍ້ເສຍຂອງ 5 GHz ໄລຍະທາງສັ້ນລົງ ເພາະວ່າຄື້ນຄວາມຖີສູງໄລຍະທາງຈະໄກ້ກວ່າຄວາມຖີຕ່ຳ ການນຳໄປໃຊ້ງານເນື່ອງຈາກເປັນສັນຍານອິນເຕີເນັດຄວາມໄວສູງເໝາະສຳລັບການເບິ່ງໜັ່ງທີ່ມີຄວາມລະອຽດສູງ ຫຼີ້ນເກມອອນລາຍ ການເທຼດຫຸ້ນ ບັນຫາທີ່ພົບໃນສັນຍານ 5 GHz ແມ່ນການສົ່ງສັນຍານໄດ້ອອ່ນ.

ມາດຕະຖານ IEEE802.11

Institute of Electrical and Electronics Engineers (IEEE) ເປັນໜ່ວຍງານກໍາໜົດມາດຕະຖານການສື່ສານຂໍ້ມູນລະບົບເຄືອຂ່າຍຄອມພິວເຕີ ເຊິ່ງໄດ້ກຳໜົດມາດຕະຖານສຳລັບເຄືອຂ່າຍ wireless LAN ຂື້ນພາຍໃຕ້ Protocol 802.11 ດັ່ງລາຍລະອຽດຕາຕະລາງຕໍ່ໄປນີ້:

ການເກາະກັນຂອງຊ່ອງສັນຍານ wi-fi 2.4 GHz  ແລະ ການເລືອກໃຊ້ງານ

ສັນຍານ Wi-Fi 2.4GHz ມີຈຳນວນ 14 ຊ່ອງແລະຍັງຈໍາກັດໃນບາງພື້ນທີ່ເຮັດໃຫ້ການອຸປະກອນທີ່ນຳມາໃຊ້ງານບາງຍີຫໍ້ອາດຈະມີແຕ່ 6 ຊ່ອງ, 8 ຊ່ອງ ຫຼື 11 ຊ່ອງ ຂື້ນກັບອຸປະກອນຂາຍຢູ່ຕະຫຼາດໂຊນປະເທດໃດ. ເມື່ອມີການນໍາໃຊ້ອຸປະຈຳນວນຫຼາຍຢູ່ໃນພື້ນທີ່ໃກ້ຄຽງກັນ ອາດຈະເກີດມີການລົບກວນລະຫວ່າງສັນຍານຂອງອຸປະກອນແຕ່ລະໂຕ ດັ່ງນັ້ນຄວນເລືອກໃຊ້ຊ່ອງຫ່າງກັນປະມານ 5 ຊ່ອງ ເບິ່ງລາຍລະອຽດໃນຕາຕະລາງ (2.4GHz, channel width 20MHz)

ຊ່ອງສັນຍານ 2.4 GHz channel width 40MHz ແລະ ການເລືອກໃຊ້ຊ່ອງສັນຍານ

ລະຫວ່າງການເລືອກໃຊ້ງານຂອງ Channels Width 20MHz ແລະ 40MHz ສ່ວນໃຫຍ່ຈະໃຊ້ເລືອກໃຊ້ channels width 20MHz ຖ້າຈະໃຊ້ງານ 40MHz ອຸປະກອນບາງລຸ້ນບໍ່ຮອງຮັບໃນການໃຊ້ງານ ແລະ ຖ້າຈະໃຊ້ 40MHz ແມ່ນຄວນເວັ້ນຊ່ອງຫ່າງກັນປະມານ 8 ຊ່ອງ ເພື່ອການໃຊ້ງານທີ່ດີເຊັ່ນ: Channel 3, Channel 11