ຟີດເຈີຍອດນິຍົມ Control panel ໄດ້ລ່າຈາກວິນໂດວ໌ 10 ໄປຢ່າງຖາວອນ
ເມື່ອເວົ້າເຖິ່ງຟິດເຈີຂອງລະບົບປະຕິບັດການ(OS) ບໍ່ວ່າຈະເປັນລະບົບໃດເຖິ່ງຈະມີການຍອມຮັບແລະນິຍົມຈາກຜູ້ໃຊ້ງານຫຼາຍສຳໃດກໍຕາມ ສຸດທ້າຍກໍ່ຕ້ອງພົບການປ່ຽນແປງໃນທີສຸດ Windows 10 ກໍ່ເຊັ້ນດຽວກັນທາງໄມໂຄຼຊັອບ ພະຍາຍາມທີ່ຈະປ່ຽນແປງຟິດເຈີ Control Panel ໄປເທື່ອລະນ່ອຍ
ເຊິ່ງເຮົາໄດ້ເຫັ່ນແຜ່ນການຂອງໄມໂຄຼຊັອບມາແລ້ວໃນຊ່ວງໄລຍະໜື່ງຜ່ານມາກ່ຽວກັບການຈະປ່ຽນ Control Panel ເພື່ອໄປໃຊ້ງານເມນູ Settings ທີ່ເປັນສູນແທນ ໃນການປັບແຕ່ງການເຮັດວຽກຂອງວິນໂດວ໌ 10 ໂດຍສະເພາະເມື່ອມີການອັບເດດວິນໂດວ໌ໃຫ້ເປັນເວີຊັ່ນໃໝ່ລ່າສຸດ.
ວິນໂດວ໌ 10 ເວີຊັ່ນລ່າສຸດແມ່ນ Windows 10 October 2020 Update ເຮົາຈະບໍເຫັ່ນ Control Panel ອີກຕໍ່ໄປ ກັບການທົດລ່ອງຂອງນັກທົດສອບເວີຊັ່ນທົດລ່ອງຂອງວິນໂດວ໌ 10 ກ່ອນໜ້ານີ
ສຳລັບຄວາມເຄືອນໄຫວຂອງໄມໂຄຣຊັອບໃນຄັ້ງນີ້ຈະເປັນການປ່ຽນແປງແບບຄ່ອຍເປັນຄ່ອຍໄປ ແຕ່ກໍສ້າງຄວາມລຳບາກໃຫ້ກັບຜູ້ໃຊ້ຫຼາຍພໍສົມຄວນ ເນື່ອງຈາກວ່າຟິດເຈີ Control Panel ເປັນຟິດເຈີທີຜ່ານການພິສູດມາແລ້ວວ່າ ເປັນຟິດເຈີທີໃຊ້ງານທີມີປະສິດທິພາບສູງສຸດມາຫຼາຍສິບປີ ເປັນຟິດເຈີທີເຮົາຄຸນເຄີຍ ແລະ ໃຊ້ງານງ່າຍ
Control Panel ເປັນເຄື່ອງມືທຳອິດທີຜູ້ໃຊ້ງານວິນໂດວ໌ມັກໃຊ້ເພື່ອແກ້ໄຂບັນຫາຕ່າງໆ ແຕ່ໃນຕອນນີໄມໂຄຼຊັອບໄດ້ໃຊ້ຟິດເຈີໃໝ່ເຂົ້າມາແທນໃນຊື່ Settings ໂດຍເພີ່ມເຂົ້າມາຕັ້ງແຕ່ເວີຊັ່ນ Build 20211 ທີ່ຜູ້ໃຊ້ງານກໍ່ເລີ້ມປ່ຽນໄປໃຊ້ Apps & Features ໃນສ່ວນຂອງ Settings ແທ່ນທີ່ການໃຊ້ງານ Programs and features ທີ່ເຄີຍຜ່ານມາ ແລະ ນີ້ກໍ່ຄືຈຸດເລີ່ມຕົ້ນຂອງການໃຊ້ງານວິນໂດວ໌ 10 ເວີຊັ່ນໃໝ່
ການສື່ສານໃນລະບົບເຄືອຂ່າຍອິນເຕິເນັດຈະມີການກຳໜົດ IP Address ເຊິ່ງເປັນໝາຍເລກທີ່ໃຊ້ສຳລັບລະບຸຕົວຕົນຂອງຜູ້ໃຊ້ງານເຊັ່ນ: ໝາຍເລກ IP 202.153.148.21 ເປັນຕົ້ນ ເຊິ່ງແຕ່ລະຄົນຈະມີໝາຍເລກ IP Address ທີ່ບໍ່ຊ້ຳກັນແຕ່ໝາຍເລກ IP ທີ່ໄດ້ຮັບໃນເວລາໃຊ້ໃນການຫຼີ້ນອິນເຕີເນັດຈະເປັນໝາຍເລກທີ່ Random ມາໃຫ້ຈາກທາງຜູ້ໃຫ້ບໍລະການ (ISP).
ປະຈຸປັນມີຜູ້ໃຊ້ງານອິນເຕີເນັດຈຳນວນຫຼາຍເຮັດໃຫ້ IP Address ທີ່ແຈກຈາຍໃຫ້ຜູ້ໃຊ້ບໍ່ພຽງພໍ ສະນັ້ນການແກ້ໄຂບັນຫາ IP ບໍ່ພຽງພໍ ສາມາດເຮັດໄດ້ດ້ວຍການໃຊ້ວິທີການເຮັດ Network Address Translation (NAT) ຕົວຢ່າງ: ໜ່ວຍງານໜື່ງມີຄອມພິວເຕີຈຳນວນ 50 ເຄື່ອງທີ່ຕ້ອງການໃຊ້ Internet ແລະ ມີການລົງທະບຽນໄອພີ (Registered IP) ຈາກຜູ້ໃຫ້ບໍລິການ 2 ໝາຍເລກ ການເຮັດ NAT ແບບ Random ຈະມີການກວດສອບວ່າ IP ໃດວ່າງກໍ່ຈະມີການໃຊ້ IP ນັ້ນ ອຸປະກອນສຳລັບການເຮັດ NAT ແມ່ນສາມາດເຮັດໄດ້ຈາກ Router ຫຼື Firewall.
ຫຼັກການທຳງານຂອງ NAT
ໂດຍທົ່ວໄປໃນລະບົບເຄືອຂ່າຍພາຍໃນອົງກອນຕ່າງຈະມີການກຳໜົດ IP ພາຍໃນອົງກອນທີ່ເອີ້ນວ່າ Private IP ເຊັ່ນ: 192.168.0.1 ຫຼື 10.0.0.1 ເປັນຕົ້ນ ເຊິ່ງ IP ເລົ່ານີ້ຈະເປັນໄອພີ ທີ່ຈະບໍ່ສາມາດນຳໄປໃຊ້ງານໃນລະບົບອິນເຕີເນັດໄດ້ ດັ່ງນັ້ນການເຮັດ NAT ຈະເປັນການແປງ Private IP ໃຫ້ເປັນ IP ທີ່ສາມາດໃຊ້ງານອິນເຕີເນັດໄດ້ ໂດຍໃຊ້ຊ່ອງທາງການສື່ສານ TCP/IP ທີ່ປະກອບດ້ວຍ.
VLAN: Virtual Local Area Network ແມ່ນການຈັດແຍກລະບົບເຄືອຂ່າຍອອກເປັນສ່ວນໆ ຫຼື ການແບ່ງກຸ່ມເຄືອຂ່າຍຂອງເຄື່ອງຄອມພິວເຕີປາຍທາງອອກເປັນກຸ່ມຍ່ອຍໆ ໝາຍຄວາມວ່າຢູ່ໃນ LAN ດຽວກັນແຕ່ສາມາດສື່ສານກັນໄດ້ສະເພາະເຄື່ອງໃນກຸ່ມຂອງຕົນເອງຢູ່ພາຍໃນ VLAN ດຽວກັນເທົ່ານັ້ນ.
Access Layer ເປັນຊັ້ນທີ່ຢູ່ໃກ້ກັບຜູ້ໃຊ້ງານຫຼາຍທີ່ສຸດ ເນື່ອງຈາກຊັ້ນນີເປັນຊັ້ນທີ່ອຸປະກອນເນັດເວີກເຊື່ອມຕໍ່ເຂົ້າກັບເຄື່ອງຄອມພິວເຕີຜູ້ໃຊ້ງານ ແລະ ອຸປະກອນເນັດເວິີກຊັ້ນ Distribution ໂດຍສ່ວນໃຫຍ່ຈະເປັນອຸປະກອນໃນ Layer 2
Distribution ຊັ້ນນິີ້ເປັນຈຸດເຊື່ອມຕໍ່ຈາກຊັ້ນ Access Layer ຫຼາຍໆຈຸດໄປຫາຊັ້ນ Core Layer ອຸປະກອນສ່ວນໃຫຍ່ຈະເປັນອຸປະກອນ Switch Layer 3 ຊຶງຈະມີການໃຊ້ງານທີ່ລາກຫຼາຍໄດ້ເຊັ່ນ: InterVlan, Routing, ACLs(Access Control List)
Core Layer ເປັນຊັ້ນທີ່ຮອງຮັບຈຸດເຊື່ອມຕໍ່ຫຼາຍໆຈຸດຈາກຊັ້ນ Distribution ໂດຍໃນຊັ້ນນີ້ຈະມີອຸປະກອນການສົ່ງຂໍ້ມູນດ້ວຍຄວາມໄວສູງ ແລະ ຮອງຮັບ ການຮັບ-ສົ່ງຂໍ້ມູນຈາກຊັ້ນ Distribution ໄດ້ດີ