
ປິດຕຳນານໆ ໜ້າ Control Panel ຂອງ Windows
ຟີດເຈີຍອດນິຍົມ Control panel ໄດ້ລ່າຈາກວິນໂດວ໌ 10 ໄປຢ່າງຖາວອນ
ເມື່ອເວົ້າເຖິ່ງຟິດເຈີຂອງລະບົບປະຕິບັດການ(OS) ບໍ່ວ່າຈະເປັນລະບົບໃດເຖິ່ງຈະມີການຍອມຮັບແລະນິຍົມຈາກຜູ້ໃຊ້ງານຫຼາຍສຳໃດກໍຕາມ ສຸດທ້າຍກໍ່ຕ້ອງພົບການປ່ຽນແປງໃນທີສຸດ Windows 10 ກໍ່ເຊັ້ນດຽວກັນທາງໄມໂຄຼຊັອບ ພະຍາຍາມທີ່ຈະປ່ຽນແປງຟິດເຈີ Control Panel ໄປເທື່ອລະນ່ອຍ
ເຊິ່ງເຮົາໄດ້ເຫັ່ນແຜ່ນການຂອງໄມໂຄຼຊັອບມາແລ້ວໃນຊ່ວງໄລຍະໜື່ງຜ່ານມາກ່ຽວກັບການຈະປ່ຽນ Control Panel ເພື່ອໄປໃຊ້ງານເມນູ Settings ທີ່ເປັນສູນແທນ ໃນການປັບແຕ່ງການເຮັດວຽກຂອງວິນໂດວ໌ 10 ໂດຍສະເພາະເມື່ອມີການອັບເດດວິນໂດວ໌ໃຫ້ເປັນເວີຊັ່ນໃໝ່ລ່າສຸດ.
ວິນໂດວ໌ 10 ເວີຊັ່ນລ່າສຸດແມ່ນ Windows 10 October 2020 Update ເຮົາຈະບໍເຫັ່ນ Control Panel ອີກຕໍ່ໄປ ກັບການທົດລ່ອງຂອງນັກທົດສອບເວີຊັ່ນທົດລ່ອງຂອງວິນໂດວ໌ 10 ກ່ອນໜ້ານີ
ສຳລັບຄວາມເຄືອນໄຫວຂອງໄມໂຄຣຊັອບໃນຄັ້ງນີ້ຈະເປັນການປ່ຽນແປງແບບຄ່ອຍເປັນຄ່ອຍໄປ ແຕ່ກໍສ້າງຄວາມລຳບາກໃຫ້ກັບຜູ້ໃຊ້ຫຼາຍພໍສົມຄວນ ເນື່ອງຈາກວ່າຟິດເຈີ Control Panel ເປັນຟິດເຈີທີຜ່ານການພິສູດມາແລ້ວວ່າ ເປັນຟິດເຈີທີໃຊ້ງານທີມີປະສິດທິພາບສູງສຸດມາຫຼາຍສິບປີ ເປັນຟິດເຈີທີເຮົາຄຸນເຄີຍ ແລະ ໃຊ້ງານງ່າຍ
Control Panel ເປັນເຄື່ອງມືທຳອິດທີຜູ້ໃຊ້ງານວິນໂດວ໌ມັກໃຊ້ເພື່ອແກ້ໄຂບັນຫາຕ່າງໆ ແຕ່ໃນຕອນນີໄມໂຄຼຊັອບໄດ້ໃຊ້ຟິດເຈີໃໝ່ເຂົ້າມາແທນໃນຊື່ Settings ໂດຍເພີ່ມເຂົ້າມາຕັ້ງແຕ່ເວີຊັ່ນ Build 20211 ທີ່ຜູ້ໃຊ້ງານກໍ່ເລີ້ມປ່ຽນໄປໃຊ້ Apps & Features ໃນສ່ວນຂອງ Settings ແທ່ນທີ່ການໃຊ້ງານ Programs and features ທີ່ເຄີຍຜ່ານມາ ແລະ ນີ້ກໍ່ຄືຈຸດເລີ່ມຕົ້ນຂອງການໃຊ້ງານວິນໂດວ໌ 10 ເວີຊັ່ນໃໝ່