
Mikrotik (MTCNA)
ວັດຖຸປະສົ່ງຂອງຫຼັກສູດ
ຜູ້ເຂົ້າອົບຮົມຈະໄດ້ຮູ້ຈັກກັບອຸປກອນຕ່າງໆຂອງ ໄມໂຄຼຕິກ ເຊິ່ງເປັນທີ່ນິຍົມສູງໃນປະຈຸບັນເນື່ອງຈາກໄມໂຄຼຕິກຈະບໍ່ໄດ້ເປັນສະເພາະ Router ແຕ່ເປັນການປະສົມປະສານທີ່ລົງຕົວລະຫວ່າງ Hardware & Software ທີ່ສາມາດນຳໄປໃຊ້ງານໄດ້ຫຼາກຫຼາຍຄອບຄຸມຜູ້ໃຊ້ຕັ້ງແຕ່ລະດັບນ້ອຍສຸດຈົນເຖິ່ງຜູ້ໃຫ້ບໍລິການ ແລະ ທີ່ສຳຄັນແມ່ນເລື່ອງຂອງລາຄາອຸປະກອນຖືກແຕ່ຄວາມສາມາດເກີນລາຄາ. ເຊິ່ງຜູ້ເຂົ້າອົບຮົມຈະໄດ້ຄອນຟິກລະບົບໄມໂຄຼຕິກຕ່າງດ້ວຍຕົນເອງ ເຊັ່ນ:
- ການຕິດຕັ້ງລະບົບເຄືອຂ່າຍ ລະບົບການເຊື່ອມໂຍງເຄືອຂ່າຍສາຂາຕ່າງໆ ເຂົ້າຫາກັນ
- ລະບົບໃຫ້ບໍລິການອິນເຕີເນັດແບບຕ່າງໆ
- ຮະບົບການຄວບຄຸມເວລາໃຊ້ງານອິນເຕີເນັດ
- ລະບົບການຄວບຄຸມເຄືອຂ່າຍໄຮ້ສາຍ (Wi-Fi Hotspot)
- ລະບົບ LOAD BALANCE
- ເພື່ອແຊການໃຊ້ງານອິນເຕີເນັດການບຼອກເວັບໄຊທທີ່ບໍ່ເໝາະສົມໄດ້
- ການຂຽນໂປຼແກຼມເພື່ອສັ່ງງານໄມໂຄຼຕິກ
- ການເຮັດລະບົບແຈ້ງເຕືອນໃນກໍລະນີທີ່ລະບົບມີບັນຫາອັດຕະໂນມັດ
- ການອອກແບບລະບົບທັງແບບ Wire ແລະ Wireless