
Website By WordPress
ວັດຖຸປະສົງຂອງຫຼັກສູດນີ້:
- ເນື້ອຫາຫຼັກສູດອອກແບບສຳລັບຜູ້ທີ່ຕອງການເຮັດເວັບດ້ວຍຕົນເອງ
- ສຳລັບຜູ້ທີ່ຕ້ອງການມີເວັບເພື່ອໂຄສະນາສິນຄ້າຜ່ານທາງອອນລາຍ
- ເພື່ອສ້າງຄວາມເສື່ອໝັ້ນໃນອົງກອນ ຄວນຈະມີເວັບ ແລະ ມີຕົວຕົນທີ່ຈະແຈ້ງ
- ຮູ້ຈັກນຳໃຊ້ສືອອນລາຍໃຫ້ເກີດປະໂຫຍດ
- ເພື່ອຕໍ່ຍອດຄວາມຮູ້ສໍາລັບນັກສຶກສາທີ່ຫາກໍ່ຈົບໃໝ່
- ໃນຫຼັກສູດນີ້ຈະເນັ້ນທັງພາກທິດສະດີ ແລະ ປະຕິບັດຄວບຄູ່ກັນໄປ
- ເພື່ອໃຫ້ຜູ້ເຂົ້າອົບຮົມສາມາດນໍາໄປໃຊ້ ແລະ ປະຕິງານໄດ້ແທ້ຈິງ
ຫຼັກສູດນີ້ເໝາະສົມກັບ:
- ບຸກຄົນທົ່ວໄປທີຕ້ອງການສ້າງເວັບໄຊທ໌ໃຫ້ເປັນ (ໃຊ້ຄອມພິວເຕີ ໄດ້ເປັນຢ່າງດີ)
- ນັກສຶກສາໄອທີ ທີ່ກຳລັງຮຽນຢູ່
- ທ່ານທີ່ສົນໃຈຮຽນຮູ້ທັກສະໃນການເຮັດເວັບແບບງ່າຍໆ
- ທ່ານທີ່ກຳລັງຕ້ອງການເຮັດເວັບຂາຍເຄື່ອງອອນລາຍ