Hierarchical Network Design ເປັນການອອກແບບລະບົບເນັດເວີກອີກວິທີໜື່ງເພື່ອໃຫ້ຜູ້ດູແລລະບົບສາມາດວາງແຜນໃນການວາງລະບົບເນັດເວີກໄດ້ງ່າຍ ສະດວກໃນການເລືອກໃຊ້ອຸປະກອນ ງ່າຍຕໍ່ການຄອນຟິກແລະທີ່ສຳຄັນແມ່ນງ່າຍຕໍ່ການແກ້ໄຂບັນຫາບາງຈຸດ ໂດຍການອອກແບບເນັດເວີກທີ່ເປັນລຳດັບຊັ້ນນີ້ຈະມີທັງໝົດ 3 ຊັ້ນ ຄື Access Layer, Distribution Layer ແລະ Core Layer
- Access Layer ເປັນຊັ້ນທີ່ຢູ່ໃກ້ກັບຜູ້ໃຊ້ງານຫຼາຍທີ່ສຸດ ເນື່ອງຈາກຊັ້ນນີເປັນຊັ້ນທີ່ອຸປະກອນເນັດເວີກເຊື່ອມຕໍ່ເຂົ້າກັບເຄື່ອງຄອມພິວເຕີຜູ້ໃຊ້ງານ ແລະ ອຸປະກອນເນັດເວິີກຊັ້ນ Distribution ໂດຍສ່ວນໃຫຍ່ຈະເປັນອຸປະກອນໃນ Layer 2
- Distribution ຊັ້ນນິີ້ເປັນຈຸດເຊື່ອມຕໍ່ຈາກຊັ້ນ Access Layer ຫຼາຍໆຈຸດໄປຫາຊັ້ນ Core Layer ອຸປະກອນສ່ວນໃຫຍ່ຈະເປັນອຸປະກອນ Switch Layer 3 ຊຶງຈະມີການໃຊ້ງານທີ່ລາກຫຼາຍໄດ້ເຊັ່ນ: InterVlan, Routing, ACLs(Access Control List)
- Core Layer ເປັນຊັ້ນທີ່ຮອງຮັບຈຸດເຊື່ອມຕໍ່ຫຼາຍໆຈຸດຈາກຊັ້ນ Distribution ໂດຍໃນຊັ້ນນີ້ຈະມີອຸປະກອນການສົ່ງຂໍ້ມູນດ້ວຍຄວາມໄວສູງ ແລະ ຮອງຮັບ ການຮັບ-ສົ່ງຂໍ້ມູນຈາກຊັ້ນ Distribution ໄດ້ດີ
- ອຸປະກອນ Switch ທີ່ຢູ່ໃນຊັ້ນ Core Layer ເອີ້ນວ່າ: Core Switch
- ອຸປະກອນ Switch ທີ່ຢູ່ໃນຊັ້ນ Distribution layer ເອີ້ນວ່າ: Distribution Switch
- ອຸປະກອນ Switch ທີ່ຢູ່ໃນຊັ້ນ Access layer ເອີ້ນວ່າ: Access Switch
- ຂໍ້ດີຂອງການອອກແບບເນັດເວີກແບບນີ້:
- ຊ່ວຍໃຫ້ງ່າຍຕໍ່ການເລືອກໃຊ້ອຸປະກອນເນັດເວີກ
- ຊ່ວຍໃຫ້ງ່າຍຕໍ່ການວາງແຜນ implement
- ຊ່ວຍໃຫ້ງ່າຍຕໍ່ການວາງແຜນ Configuration
- ຊ່ວຍໃຫ້ງ່າຍຕໍ່ການແກ້ໄກເມື່ອລະບົບມີບັນຫາ
- ຫຼັກການສຳຄັນໃນການອອກແບບລະບົບເນັດເວີກ
- ຮອງຮັບການຂະຫຍາຍຂອງລະບົບໃນອະນາຄົດ Scalability
- ຄວາມພ້ອມໃນການໃຊ້ງານລະບົບ Availability
- ປະສິດທິພາບການທຳງານຂອງລະບົບ Performance
- ຄວາມສາມາດໃນການຈັດການລະບົບ Manageability