Layer 1 Physical
ມີໜ້າທີ່ກວດສອບການເຊື່ອມຕໍ່ລະຫວ່າງອຸປະກອນເຂົ້າກັນນັບຕັ້ງແຕ່ສາຍໄຟ, ສາຍແລນ, ສາຍໂທລະສັບ, ວາຍຟາຍ ແລະ ອື່ນໆ
- ຖ້າແມ່ນສາຍແລນ (UTP)ທີ່ຕໍ່ເຂົ້າກັບອຸປະກອນຕ້ອງໃຫ້ຖືກຕ້ອງເຊັນ:
- ສາຍແລນທີ່ຕໍ່ມີ 2 ແບບ
- ແບບກົງ ສາຍແບບ A, ສາຍແບບ B
- ຄອມຄອມເຕີ ກັບ ສະວິດ,
- ສະວິດ ກັບ ເຣົາເຕີ
- ແບບໄຂວ້ ສາຍແບບ AB
- ຄອມພິວເຕີ ກັບ ຄອມພິວເຕີ,
- ສະວີດ ກັບ ສະວິດ
- ແບບກົງ ສາຍແບບ A, ສາຍແບບ B
ນອກຈາກນັ້ນຍັງມີກະແສ່ໄຟຟ້າທີ່ໃຊ້ເທົ່າໃດ ອຸປະກອນສືກາງອື່ນທີ່ກ່ຽວຂ້ອງແມ່ນຢູ່ໃນ Physical layer
Layer 2 Data Link
ຈະເຮັດໜ້າຕິດຕໍ່ຂໍ້ມູນລະຫວ່າງກັນໃຫ້ສາມາດສື່ສານກັນໄດ້ເຊັ່ນໃນລະບົບໃຊ້ການເຊື່ອມຕໍ່ກັນໃນຮູບແບບໃດເຊິ່ງຮູບແບບທີ່ກກ່ຽວຂ້ອງມີດັ່ງນີ້:
- Service ເຊັ່ນ: ການຕໍ່ຫາເຄືອຂ່າຍພາຍນອກແບບ PPPoE, PAP, CHAP,….
- ມີການແບ່ງເນັດເວີກໃນລະບົບ (VLAN)
- ການເຊື່ອມຕໍ່ລະຫວ່າງເນັດເວີກໃຊ້ສາຍແບບໃດ ເຊັນ: ສາຍແລນ, ສາຍໄຟເບີ ຫຼື ແບບໄຮ້ສາຍ
Layer 3 Network
ຈະຕ້ອງມີການກຳນົດໝາຍເລກປະຈຳເຄື່ອງ (Logical Address) ເພື່ອໃຊ້ອ້າງອີງ ແລະ ຈຳແນກຄວາມແຕ່ກຕ່າງຂອງລະບົບເຄືອຂ່າຍ ແລະ ມີໜ້າທີ່ຫາເສັ້ນທາງໃນການສົ່ງຂໍ້ມູນຈາກຕົ້ນທາງໄປຫາປາຍທາງໃນກໍລະນີທີ່ທັງ 2 ຢູ່ຄົນລະເຄືອຂ່າຍ
- 1.IP ໝາຍເລກຂອງເຄື່ອງ ແລະ ບົງບອກເຄືອຂ່າຍ IPv4, IPv6
- 2.Routing ການຫາເສັ້ນທາງຂອງເນັດເວີກ ໃນຮູບແບບຕ່າງໆ
Layer 4 Transport
ກວດສອບ ແລະ ແກ້ໄຂຂໍ້ຜິດພາດ ການຈັດລຳດັບຄວາມສຳຄັນ ເລັ່ງດ່ວນ ແລະ ຄວບຄຸມຄວາມໄວໃນການສົ່ງແພກເກັດເຊິ່ງຈະມີຢູ່ 2 ແບບ:
- 1.TCP :ເຮັດໜ້າທີ່ຄວບຄຸມການຮັບສົ່ງຂໍ້ມູນລະຫວາງເຄືອຂ່າຍເພື່ອໃຊ້ແລກປ່ຽນຂໍ້ມູນລະຫວ່າງກັນເຊິ່ງທີຊີພີຈະຮັບປະກັນຄວາມຖືກຕ້ອງ ແລະ ລຳດັບຂໍ້ມູນທີ່ສົ່ງຜ່ານລະບົບເຄືອຂ່າຍ
- Reliable ມີຄວາມໜ້າເຊື່ອຖື
- Connection-Oriented ເຊື່ອມຕໍ່ຊ່ອງທາງການຮັບສົ່ງກ່ອນທີ່ຈະເລີ່ມສົ່ງ
- Flow Control ມີການຄວບຄຸມປະລິການການສົ່ງຂໍ້ມູນລະຫວ່າງຕົ້ນທາງ ແລະ ປາຍທາງ
- Congestion Control ປ້ອງກັນບໍ່ໃຫ້ສົ່ງຂໍ້ມູນເຂົ້າໄປໃນຂະນະທີ່ມີຄວາມໜາແໜ້ນຫຼາຍເກີນໄປຈະເຮັດໃຫ້ການສົົ່ງຂໍ້ມູນບໍສຳເລັດ
- 2.UDP: ການສົ່ງຂໍ້ມູນຜ່ານທາງ UDP ຈະບໍ່ຮັບປະກັນຄວາມໜ້າເຊື່ອຖື ແລະ ລຳດັບຂໍ້ມູນ ຂໍ້ມູນອາດຈະມີການສູນເສຍລະຫວາງທາງ.
- Connectionless Transmission ບໍ່ມີການກວດສອບການເຊື່ອມກ່ອນສົ່ງ
- ຄວາມໜ້າເຊື່ອຕ່ຳ
- ບໍ່ມີການກວດສອບຂໍ້ມູນໃນການສົ່ງທີ່ເກີດຂໍ້ຜິດພາດຈາກການເຊື່ອມຕໍ່ສະຫວ່າງຕົ້ນທາງ ແລະ ປາຍທາງ
Layer 5 Session
ແມ່ນການເປີດໃຊ້ງານຂອງໂປຼແກຼມທທີ່ກ່ຽວຂ້ອງໃນການຮັບສົ່ງຂໍ້ມູນ
- ເຊິ່ງຈະມີການຈັດການຜູ້ເຂົ້າໃຊ້ງານ
- ການເຂົ້າສູ່ລະບົບ ເພື່ອຢືນຢັນຕົວຕົນ (Authentication)
- ການກວດສອບສິດໃນການເຂົ້າເຖິ່ງ (Authorization)
- ກວດສອບ Login, logout, start, stop, open, close
Layer 6 Presentation
ແມ່ນການຈຳແນກຮູບແບບຂໍ້ມູນທີ່ຈະສົ່ງເຊັ່ນ:
- ປະເພດຂໍ້ມູນທີ່ສົ່ງຈະຖືກເຂົ້າລະຫັດ ແລະ ແປງໃຫ້ເໝາະສົມກ່ອນ ແລ້ວຈິ່ງສົ່ງໄປ
- ຈະເປັນປະເພດຂໍ້ມູນໃດກໍ່ຕາມ (JPEG, PNG, BMP, GIF, MP3, MP4, WAVE, DAT, PDF……)
Layer 7 Application
ກາໃຊ້ໂປຼແກຼມສຳສືສານລະຫວ່າງຕົ້ນທາງກັບປາຍທາງເຊັ່ນ:
- Google Chrome, Microsoft Edge, Firefox, Safari…
- ໃນໂປຼແກມຕ່າງໆທີ່ໃຊ້ໃນການສົ່ງຂໍ້ມູນຫາກັນຈະມີ Service ດັ່ງນີ້
- FTP, HTTP, HTTPS, SMTP, POP3, FMTP, TELNET, DHCP…..