
ວີເອັມແວເປີດໂຕ VMware Cloud ຊ່ວຍໃຫ້ລູກຄ້າໃຊ້ປະໂຫຍກຈາກມັນຕິຄຣາວ
VMware ໄດ້ເປີດຕົວເພສຟອມ VMware Cloud ເພື່ອຊ່ວຍໃຫ້ລູກຄ້າສາມາດໃຊ້ປະໂຫຍດຈາກເຕັກໂນໂລຊີ Multi cloud ແລະ ນໍາສະເໜີ Modern application ພາຍໃນເວລາອັນວ່ອງໄວ ເພື່ອກ້າວທັນກັບຄວາມປ່ຽນແປງຂອງທຸລະກິດ.
VMware Cloud ເປັນ Multi cloud platform ແບບກະຈາຍ (Distributed) ອັນຈະຊວ່ຍໃຫ້ການເຮັດ application modernization ຂອງອົງການສາມາດເຮັດໄດ້ໄວຂື້ນ ແລະ ກວ້າງຂວາງທັງໃນສ່ວນຂອງສູນຂໍ້ມູນ ແຕ່ສ່ວນ Edge ຂອງເຄືອຂ່າຍ ແລະ ລະບົບ Cloud ໃດໆກໍຕາມ ມັນສາມາດເພີ່ມປະສິດທິພາບການເຮັດວຽກຂອງນັກພັດທະນາ ໂດຍຊ່ວຍໃຫ້ນັກພັດທະນາສາມາດສ້າງ ແລະ ຕິດຕັ້ງໃຊ້ application ໃນລະບົບ Cloud ທຸກປະເພດ ເຊິ່ງສ້າງປະໂຫຍດໃຫ້ກັບນັກພັດທະນາ ແລະ ຝ່າຍໄອທີບໍ່ຕ້ອງເລືອກຢ່າງໃດຢ່າງໜື່ງຄືກັບແຕ່ກ່ອນ platform ນີ້ຊ່ວຍໃຫ້ຝ່າຍໄອທີສາມາດປັບປຸງໂຄງສ້າງພື້ນຖານ ແລະ ເຮັດວຽກໃຫ້ທັນສະໃໝ ໂດຍມີຄວາມສ່ຽງໜ້ອຍທີ່ສຸດ ແລະ ປະຫຍັດຄ່າໃຊ້ຈ່າຍໄດ້ຫຼາຍກວ່າ ພ້ອມທັງເປີດຕົວ application platform ຂອງ VMware Cloud ກັບການບໍລິການໃໝ່ໆ ທີ່ຈະໃຫ້ປະສົບການແບບຄົບວົງຈອນໃຫ້ກັບລູກຄ້າ.
ທ່ານ Ragurakuram ປະທານເຈົ້າໜ້າທີ່ດ້ານປະຕິບັດການ ຝ່າຍຜະລິດຕະພັນ ແລະ ການບໍລິການຂອງ VMware ໄດ້ກ່າວວ່າ “VMware Cloud ເປັນ Cloud solution ພຽງອັນດຽວໃນປັດຈຸບັນທີ່ລູກຄ້າສາມາດໃຊ້ງານໄດ້ໃນສູນຂໍ້ມູນ ແລະ ໃນລະບົບ Cloud ທຸກປະເພດ ຊ່ວຍໃຫ້ເພີ່ມຄວາມສະດວກສະບາຍ ແລະ ຄວາມປອດໄພໃນການຍ້າຍໄປສູ່ Modern application ແລະ ການບໍລິການ VMware Cloud Universal ລູກຄ້າຊື້ຄັ້ງດຽວ ກໍສາມາດຕິດຕັ້ງໃຊ້ງານ app ໄດ້ທຸກສະຖານະການ ແລະ ສາມາດຍົກຍ້າຍໄດ້ຢ່າງງ່າຍດາຍເມື່ອຄວາມຕ້ອງການທາງທຸລະກິດ ຫຼື ຄວາມຕ້ອງການເຮັດວຽກປ່ຽນໄປ.”
ທີມາ: https://www.enterpriseitpro.net