fbpx

VLAN: Virtual Local Area Network ແມ່ນການຈັດແຍກລະບົບເຄືອຂ່າຍອອກເປັນສ່ວນໆ ຫຼື ການແບ່ງກຸ່ມເຄືອຂ່າຍຂອງເຄື່ອງຄອມພິວເຕີປາຍທາງອອກເປັນກຸ່ມຍ່ອຍໆ ໝາຍຄວາມວ່າຢູ່ໃນ LAN ດຽວກັນແຕ່ສາມາດສື່ສານກັນໄດ້ສະເພາະເຄື່ອງໃນກຸ່ມຂອງຕົນເອງຢູ່ພາຍໃນ VLAN ດຽວກັນເທົ່ານັ້ນ.

VLAN ແມ່ນຄວາມສາມາດຂອງອຸປະກອນສະວິດທີ່ສາມາດກຳໜົດຂອບເຂດຂອງ Broadcast Domain ໃນ Layer 2 ສະວິດ 1 ຕົວສາມາດແຍກ Broadcast domain ໄດ້ຫຼາຍໆວົງ ຫຼື ແຍກ subnet ໄດ້ນັ້ນເອງ

ຕົວຢ່າງ: ຮູບລຸ່ມນີ້ ຈະມີການແບ່ງ VLAN ອອກເປັນ 2 ວົງໃນ Switch A ເຊິ່ງພະແນກ Finance ສາມາດສື່ສານກັນໄດ້ ແຕ່ບໍສາມາດສື່ສານກັບພະແນກ Sales ໄດ້.

 

          ປະໂຫຍດຂອງ VLAN

  • ຈຳກັດຂອບເຂດການແພ່ກະຈາຍຂອງ Broadcast Traffic ບໍ່ໃຫ້ສົ່ງຜົນກະທົບຕໍ່ປະສິດທິພາບໂດຍລວມຂອງເນັດເວີກ
  • ລະບົບສາມາດຮັບການຂະຫຍາຍເຄືອຂ່າຍໄດ້ງ່າຍ
  • ສາມາດສ້າງກົນໄກຄວາມປອດໄພໄດ້ງ່າຍຂື້ນ ເພາະແຕ່ລະ VLAN ແຍກກັນຢູ່
  • ຈັດການຜ່ານການຄອນຟິກພ໋ອດຂອງສະວິດໂດຍບໍ່ຕ້ອງໄດ້ຍ້າຍສາຍ
  • ປ້ອງກັນການຕິດໄວລັດໃນລະບົບ
  • ກວດສອບລະບົບໄດ້ງ່າຍ