fbpx

ເປັນຫຍັງ VPN ຈິງຈຳເປັນ ແລະ ສຳຄັນ

by | Nov 4, 2020 | ບົດຄວາມລະບົບເຄືອຂ່າຍຄອມພິວເຕີ | 0 comments

VPN: Virtual Private Network ເປັນຟັງຊັນໜື່ງໃນລະບົບເນັດເວີກ ທີ່ສ້າງຂື້ນມາເພື່ອໃຫ້ສາມາດຮັບ-ສ່ົງຂໍ້ມູນ ໄດ້ຢ່າງປອດໄພຫຼາຍຂື້ນ ແລະ ສາມາດເຊື່ອມຕໍ່ໂດຍກົງກັບອຸປະກອນທີ່ຢູ່ໃນ VPN ດຽວກັນໄດ້ສະດວກຂື້ນ ເຊິ່ງການທຳງານແມ່ນອິງໃສ່ໂຄງສ້າງຂອງອິນເຕີເນັດເປັນຕົວສົ່ງຜ່ານຂໍ້ມູນ ແຕ່ໃນສ່ວນຂອງຄວາມປອດໄພແມ່ນລະບົບຈະມີການເຂົ້າລະຫັດດທັງໝົດ ແລະ ຈະມີເກດເວ (Gateway) ສະເພາະໃນການສົ່ງຂໍ້ມູນ ມີການເຂົ້າໃຊ້ດ້ວຍຜູ້ໃຊ້ ແລະ ລະຫັດ ທີ່ໄດ້ຮັບການອະນຸຍາດເທົ່ານັ້ນ ຄົນທີ່ບໍ່ກ່ຽວຂ້ອງຈະບໍ່ສາມາດມາຍຸ້ງກ່ຽວກັບຂໍ້ມູນນີ້ໄດ້ເລີຍ ແລະ ແຕ່ລະອຸປະກອນທີ່ເຊື່ອມເຂົ້າມາໃນວົງຂອງ VPN ຈະມີ IP ສະເພາະ ເຊິ່ງເຮັດໃຫ້ການກຳໜົດ IP ໃນວົງຂອງ VPN ເຮັດໄດ້ສະດວກຂື້ນ ເຊື່ອມຕໍ່ຂໍ້ມູນໄດ້ງ່າຍຂື້ນ ຄືກັບມີເຄືອຂ່າຍສ່ວນຕົວຕາມຊື່ ຫົວຂໍ້ ແຕ່ອີກຕ້ອງມີ VPN Server ເປັນຕົວກາງໃນກາເຊື່ອມຕໍ່.

          ປະໂຫຍດຂອງ VPN

  • ການຮັບ-ສົ່ງຂໍ້ມູນໃນ ເນັດເວີກ VPN ມີຄວາມປອດໄພເຖິ່ງວ່າຈະສົ່ງຂໍ້ມູນນອກ LAN ເຂົ້າສູ່ລະບົບ ອິນເຕີເນັດແລ້ວຍັງຜູ້ໃຊ້ງານ VPN ປາຍທາງກໍຕາມ
  • ມີຄວາມຍືດຍຸ່ນສູງເພາະສາມາດໃຊ້ VPN ຈາກບ່ອນໃດກໍ່ໄດ້ ແລະ ຍັງສາມາດຂະຫຍາຍ Bandwidth ໃນການໃຊ້ງານ, ການເຂົ້າເຖິ່ງໄດ້ສະດວກງ່າຍດາຍ
  • ມີການເຂົ້າລະຫັດກ່ອນສົ່ງທຸກຄັ້ງ
  • ສາມາດຕິດຕໍ່ກັນຜ່ານທາງອິນເຕີເນັດໂດຍຜ່ານເຄືອຂ່າຍ WAN ໄດ້ຄືກັບເຄືອຂ່າຍ LAN
  • ສາມາດປ່ຽນສະຖານທີ່ໃນການນຳໃຊ້ອິນເຕີເນັດໄດ້ ໂດຍການເຊື່ອມຕໍ່ເຂົ້າອິນເຕີເນັດຜ່ານ VPN Server ສະຖານທີກໍ່ຈະປ່ຽນໄປຕາມທີ່ຢູ່ຂອງເຊີເວີ